ໃນລະດັບບຸກຄົນ, ໂຄງການພັດທະນາຕົນເອງ ໂດຍທ່ານອາຈານ ກູຣູເດບ ໄດ້ຊ່ວຍໃຫ້ຫຼາຍຮ້ອຍລ້ານຄົນທົ່ວໂລກສຳພັດເຖິງການຫຼຸດຜ່ອນຄວາມຄຽດ ແລະ ຄວາມກັງວົນພາຍໃນຈິດໃຈ ຄົ້ນພົບຄວາມສະຫງົບສຸກທີ່ແທ້ຈິງ ແລະ ສຳພັດຄວາມຮູ້ສຶກດີຈາກພາຍໃນ. ໂຄງການເຫຼົ່ານີ້ມີຮາກຖານມາຈາກເທັກນິກບູຮານຂອງໂຍຄະ, ແຕ່ໄດ້ຖືກປັບໃຫ້ເໝາະສົມກັບຄວາມຕ້ອງການໃນສະໄໝປະຈຸບັນ,ຄວບຄູ່ໄປກັບເທັກນິກຊູດຼາຊັນເຄຼຍ ຊຶ່ງເປັນເທັກນິກການຫາຍໃຈທີ່ມີອິດທິພົນສູງ ໃນການສົ່ງເສີມສຸຂະພາບທາງກາຍ, ຈິດໃຈ ແລະ ອາລົມ. ການຄົ້ນຄວ້າທາງການແພດໂດຍສະຖາບັນທາງການແພດທີ່ມີຊື່ສຽງ
ໄດ້ບັນທຶກຜົນວິໄຈຂອງເທັກນິກເຫຼົ່ານີ້ໃນການບັນເທົາອາການຊຶມເສົ້າ, ຫຼຸດລະດັບຮໍໂມນຄວາມຄຽດ (cortisol) ແລະ ການເສີມສ້າງລະບົບພຸມຕ້ານທານ. ພະລັງຂອງຄຳສອນຂອງທ່ານໄດ້ສ້າງຄວາມເຄື່ອນໄຫວໃນການບໍລິການຊ່ວຍເຫຼືອຜູ້ຄົນຜ່ານອາສາສະໝັກຈຳນວນຫຼວງຫຼາຍທົ່ວໂລກ.
ໃນຖານະເປັນຜູ້ນຳທີ່ຫຼາຍຄົນທົ່ວນັບຖື, ອາຈານກູຣູເດບ ໄດ້ຮັບບົດບາດສຳຄັນໃນການເຈລະຈາສັນຕິພາບທົ່ວໂລກ. ຈາກກຸ່ມກັດສເມຍ, ອາສຊານ ແລະ ບີເຮີ ໃນອິນເດຍ, ໄປຈົນເຖິງປະເທດໂຄລົມເບຍ,ໂຄໂຊໂວ, ອີຣັກ ແລະ ຊີເຣຍ, ພ້ອມທັງ ໂກດດີວົວ — ໂຄງການຂອງກູຣູເດບ ໄດ້ສ້າງຜົນດີຢ່າງເປັນຮູບປະທຳຕໍ່ຜູ້ທີ່ເຄີຍເຂົ້າຮ່ວມໃນຄວາມຂັດແຍ້ງດ້ວຍອາວຸດ ໃຫ້ຫັນມາວາງອາວຸດເຂົ້າສູ່ເສັ້ນທາງສັນຕິພາບ. ໃນໂລກທີ່ກຳລັງປະເຊີນກັບຄວາມຮຸນແຮງ ແລະຄວາມຂັດແຍ້ງທີ່ເພີ່ມຂຶ້ນ ອາຈານກູຣູເດບ ໄດ້ສະເໜີເສັ້ນທາງເລືອກອື່ນ ເຊິ່ງບຸກຄົນຈະພົບສັນຕິພາບພາຍໃນຕົນເອງ ແລະ ສັນຕິພາບນັ້ນຈະເກີດເປັນພະລັງບໍ່ຮູ້ຫມົດ ທີ່ຫຼັ່ງໄຫຼອອກມາໃຫ້ສັງຄົມມີຄວາມສະຫງົບ ແລະ ມີສັນຕິພາບ.