ຄຸນຄ່າຂອງພວກເຮົາ 

ທຸງຢູ່ເທິງພູທີ່ພັນລະນາເຖິງພາລະກິດ

ພາລະກິດຂອງເຮົາ 

ພວກເຮົາບໍລິການສັງຄົມ ໂດຍການສ້າງພະລັງໃຫ້ແກ່ຜູ້ຄົນເປັນລາຍບຸກຄົນ 

“ເດິ ອາດອອັບ ລີບວິງ ບໍ່ແມ່ນເປັນພຽງແຕ່ອົງກອນ ແຕ່ເປັນຫຼັກການ ແລະ ປັດຊະຍາໃນການດຳລົງຊີວິດໃຫ້ມີຄວາມໝາຍ. ມັນເປັນການເຄື່ອນໄຫວຫຼາຍກວ່າຈະເປັນອົງກອນ. ຄຸນຄ່າແກ່ນແທ້ຂອງອົງກອນຄືການຄົ້ນພົບຄວາມສະຫງົບພາຍໃນຕົນເອງ ແລະ ການສາມັກຄີກັນໃນສັງຄົມ — ບໍ່ວ່າຈະເປັນວັດທະນະທຳ, ປະເພນີ, ສາສະໜາ, ຫຼື ຊາດພັນໃດກໍຕາມ; ແລະເພື່ອຍ້ຳເຕືອນໃຫ້ພວກເຮົາທຸກຄົນໄດ້ຕະໜັກຮູ້ວ່າ ພວກເຮົາມີເປົ້າໝາຍດຽວກັນ ແມ່ນການຍົກລະດັບຊີວິດຂອງມະນຸດໃນທົ່ວໂລກ.”   
- ທ່ານອາຈານໃຫຍ່ ກູຣູເດບ ສຣີ ສຣີ ຣາວະ ສັງກາລ

ໂຄງຮ່າງສີມ່ວງຂອງກ້ອງສ່ອງທາງໄກ

ວິໄສທັດ

ຕະຫຼອດເວລາຫຼາຍກ່ວາ 40 ປີຜ່ານມາ, ເດິ ອາດອອັບ ລີບວິງໄດ້ນຳພາຜູ້ຄົນນັບລ້ານໃຫ້ຄົ້ນພົບກັບຄວາມສະຫງົບ ແລະ ຄວາມງຽບພາຍໃນຈິດໃຈ ພ້ອມທັງຂະຫຍາຍວິໃສທັດໃນການຮັບໃຊ້ສັງຄົມ ຜ່ານການປະຕິບັດທີ່ເປັນຮູບປະທຳ ເພື່ອສ້າງໂລກທີ່ປາສະຈາກຄວາມຮຸນແຮງ ແລະຄວາມຄຽດ.

44 ກວ່າປີຂອງ

ການບໍລິການສັງຄົມ

180 ກວ່າປະເທດ

ໃນຫຼາຍກວ່າ 10,000 ຕົວເມືອງ

40,000+

ປາຍຄົນທີ່ເປັນຄູເຝິກ

800+ລ້ານຄົນ

ທີ່ເຂົ້າເຖິງໂປຼແກຼັມ

ອົງກອນເດິອາດອອັບລີບວິງ: 44 ປີ, 180 ປະເທດ, ເຄືອຂ່າຍອາສາສະຫມັກທີ່ໃຫຍ່ທີ່ສຸດ.

ຄອບຄົວທົ່ວໂລກ

ເດິ ອາດອອັບ ລີບວິງ ມີສາຂາຢູ່ທົ່ວທຸກມຸມໂລກ ດ້ວຍພະລັງຂອງເຄືອຂ່າຍອາສາສະໝັກຈຳນວນຫຼາຍ ທີ່ຮ່ວມມືກັນໃນການຂະຫຍາຍຄຸນຄ່າໂປຼແກຼັມ ແລະ ໂຄງການຕ່າງໆຂອງອົງກອນໃຫ້ກວ້າງຂວາງອອກໄປ.

ບ່ອນທີ່ພວກເຮົາຕັ້ງຢູ່ຕາເວັນອອກໄກ

ທຸງປະເທດບຣູໄນ

ບຣູໄນ

ທຸງປະເທດກຳປູເຈຍ

ກຳປູເຈຍ

ທຸງປະເທດຈີນ

ຈີນ

ທຸງປະເທດຮ່ອງກົງ

ຮ່ອງກົງ

ທຸງປະເທດອິນໂດເນເຊຍ

ອິນໂດເນເຊຍ

ທຸງປະເທດຍີ່ປຸ່ນ

ຍີ່ປຸ່ນ

ທຸງປະເທດລາວ

ລາວ

ທຸງປະເທດມາເລເຊຍ

ມາເລເຊຍ

ທຸງປະເທດມົງໂກເລຍ

ມົງໂກເລຍ

ທຸງປະເທດມຽນມາ

ມຽນມາ

ທຸງປະເທດຟີລິບປິ່ນ

ຟີລິບປິ່ນ

ທຸງປະເທດສິງກະໂປ

ສິງກາໂປ

ທຸງປະເທດເກົາຫຼີໃຕ້

ເກົາຫຼີໃຕ້

ທຸງປະເທດໄຕ້ຫວັນ

ໃຕ້ຫວັນ

ທຸງປະເທດໄທ

ໄທ

ທຸງປະເທດຫວຽດນາມ

ຫວຽດນາມ

ຊູດຼາຊັນ ເຄຼຍ ຫຼື ມີອີກຊື່ວ່າ (ສະກາຍ)

ເທັກນິກສຸດພິເສດຂອງ ເດິ ອາດອອັບ ລີບວິງ

ຊູດຼາຊັນ ເຄຼຍ ຫຼືມີອີກຊື່ວ່າ (ສະກາຍ) ແມ່ນເທັກນິກການຫາຍໃຈທີ່ມີພະລັງສູງ ທີ່ຖືກຄົ້ນພົບໂດຍ ທ່ານອາຈານໃຫຍ່ ກູຣູເດບ ສຣີ ສຣີ ຣາວະ ສັງກາລ. ມີການສຶກສາທາງວິທະຍາສາດຫຼາຍກ່ວາ 100 ລາຍການ ທີ່ພິສູດແລ້ວວ່າ ຊູດຼາຊັນ ເຄຼຍ ໃຫ້ຜົນດີໃນການກຳຈັດຄວາມຄຽດ, ແກ້ໄຂອາການນອນບໍ່ຫຼັບ, ເພີ່ມພະລັງງານ ແລະ ເສີມສ້າງລະບົບພູມຕ້ານທານໃນຮ່າງກາຍ.