ເທັກນິກການບໍລິຫານລົມຫາຍໃຈ ຊູດຼາຊັນ ເຄຼຍ

ແມ່ນເທັກນິກການຫາຍໃຈທີ່ມີພະລັງສູງທີ່ພິເສດສະເພາະຕົວຂອງອົງກອນ ເດິ ອາດອອັບ ລີບວິງ

ຜົນປະໂຫຍດ

ຜ່ານຂະບວນງານວິໄຈທາງວິທະຍາສາດຫຼາຍແຫ່ງໄດ້ພິສູດໃຫ້ເຫັນເຖິງຜົນປະໂຫຍດຂອງການເຝິກເທັກນິກການບໍລິຫານລົມຫາຍໃຈ ຊູດຼາຊັນ ເຄຼຍ ເປັນປະຈຳທີ່ໃຫ້ປະໂຫຍດຕໍ່ຮ່າງກາຍ ແລະ ຈິດໃຈ.

A powerful breathwork technique that will empower you to deal with stress & anxiety

ພັດທະນາສຸຂະພາບຈິດ

ເພີ່ມການເຮັດວຽກຂອງສະຫມອງ

ລົດອາການນອນບໍ່ຫລັບ

ລົດລະດັບຄວາມເຄັ່ງຕຶງໃນຮ່າງກາຍ

ປັບການເຮັດວຽກຂອງລະບົບພູມຄຸ້ມກັນໃຫ້ເຫມາະສົມ

ເສີມການເຮັດວຽກຂອງຫົວໃຈ ແລະ ລະບົບທາງເດີນຫາຍໃຈ

ຮູບພາບສະແດງໃຫ້ເຫັນການຄົ້ນຄວ້າ ແລະ ຜົນປະໂຫຍດຂອງການປະຕິບັດຢ່າງເປັນປົກກະຕິຂອງ Sudarshan Kriya

ຫຼາຍກວ່າ 100 

ສະຖາບັນວິທະຍາສາດທີ່ສຶກສາກ່ຽວກັບຜົນດີຂອງ

ເທັກນິກການບໍລິຫານລົມຫາຍໃຈ ຊູດຼາຊັນ ເຄຼຍ (ສະກາຍ)

ຕັ້ງແຕ່ການຫຼຸດຜ່ອນຄວາມຄຽດຈົນໄປເຖິງການຜ່ອນຄາຍທີ່ດີຂຶ້ນ, ເທັກນິກເຫຼົ່ານີ້ມີຜົນຕໍ່ການເຮັດໃຫ້ຊີວິດມີຄຸນນະພາບດີຂຶ້ນ. 

ສະຖາບັນການສຶກສາອິດສະຫຼະຫຼາຍກ່ວາ 100 ແຫ່ງສຶກສາ ທີ່ຖືກດຳເນີນງານໃນ 4 ທະວີບ ແລະ ຖືກຕີພິມໃນວາລະສານວິຊາການໄດ້ສະແດງໃຫ້ເຫັນເຖິງປະໂຫຍດຫຼາຍດ້ານຈາກການເຝິກ ເທັກນິກຫາຍໃຈ ຊູດຼາຊັນ ເຄຼຍ (SKY) ແລະ ທ່າຫາຍໃຈອື່ນໆ ທີ່ຖືກສອນໃນໂປຼແກຼັມແຫ່ງຄວາມສຸກ ຂອງ ເດິອາດ ອອັບ ລີບວິງ. 


ຊ່ວຍໃຫ້ນອນຫຼັບດີຂຶ້ນ

218%

ເພີ່ມການນອນຫຼັບເລິກ 

ຮໍໂມນແຫ່ງຄວາມສຸກເພີ່ມຂຶ້ນ

50%

ເພີ່ມນ້ຳເຫຼືອງໃນໂປຼແລິດຕິນ


ພາວະຊຶມເສົ້າຫຼຸດລົງ

70%

ມີອັດຕາການຫຼຸດຜ່ອນພາວະຊຶມເສົ້າພາຍໃນ 1 ເດືອນ 

ຮໍໂມນຄວາມຄຽດຫຼຸດລົງ

56%

ການຫຼຸດລົງຂອງ ຄລໍຕິຊໍລນ້ຳເຫຼືອງ 

ຜູ້ຍິງທີ່ງຽບສະຫງົບນັ່ງສະມາທິດ້ວຍມືຂອງນາງຢູ່ໃນທ່າທີ່ນົບມືຢ່າງອ່ອນໂຍນ, ຕາປິດ ແລະ ຍິ້ມເລັກນ້ອຍ.

ຮຽນຮູ້ ຊູດຼາຊັນເຄຼຍ (ສະກາຍ)

ໂປຣແກຣມແຫ່ງຄວາມສຸກ  

ຮຽນຮູ້ ຊູດຼາຊັນເຄຼຍ (ສະກາຍ): ຮຽນຮູ້ວິທີໃນການໃຊ້ພະລັງງານ ປຣານາ ຢ່າງມີປະສິດທິພາບ — ຊຶ່ງແມ່ນພະລັງງານຊີວິດຂອງຮ່າງກາຍ ແລະ ເປັນຕົວກຳນົດສະພາບຂອງຈິດໃຈ. 

ໂຢຄະເໜືອຮ່າງກາຍ: ເຝກຝົນທ່າໂຢຄະສະເພາະເພື່ອເພີ່ມສຸຂະພາບທາງຮ່າງກາຍ, ຄວາມຊັດເຈນຂອງຈິດໃຈ, ຫຼຸດຜ່ອນທາງອາລົມຫງຸດຫງິດ ແລະ ນຳມາເຊິ່ງຄວາມເປັນໜຶ່ງດ້ານຈິດວິນຍານ.

ກົດໄກຂອງຈິດໃຈ: ສະແດງເຈດຕະນາຂອງທ່ານໄດ້ດີຂຶ້ນ ໂດຍຮຽນຮູ້ວິທີເຮັດໃຫ້ຈິດໃຈສະຫງົບ ແລະ ຄວບຄຸມຄວາມຄິດຂອງຕົນໃຫ້ເປັນລະບົບ. 

ການນັ່ງສະມາທິນຳພາໂດຍອາຈານ: ສະມາທິແບບລົງເລິກທີ່ໃຫ້ພະລັງງານ ແລະ ຍັງງ່າຍດາຍອີກດ້ວຍ ທີ່ຈະຊ່ວຍໃຫ້ທ່ານພົບຄວາມສະຫງົບພາຍໃນຈິດໃຈ ປຽບສະເໝືອນທ່ານໄດ້ຄົ້ນພົບທະເລແຫ່ງຄວາມນິ້ງສະຫງົບສຸກ.

ອາຈານໃຫຍ່ກູຣູເດຟ ສຣີ ສຣີ ຣະວີສັງກາລ ຍິ້ມ
ຮູບພາບຂອງວົງຢືມສີຂີ້ເຖົ່າໄປທາງຊ້າຍ

“ພວກເຮົາຈຳເປັນຕ້ອງມີການຊຳລະລ້າງພາຍໃນຕົນເອງ. ເທັກນິກຫາຍໃຈ ຊູດຼາຊັນ ເຄຼຍ Sudarshan Kriya™ ແມ່ນການຊຳລະລ້າງລະບົບຈາກພາຍໃນ. ການຫາຍໃຈມີຄວາມລັບທີ່ຍິ່ງໃຫຍ່ໃຫ້ຮັບຮູ້.”

ກູຣູເດບ ສຣີ ສຣີ ຣາວີ ສັງກາລ        
ຜູ້ທີ່ຄົ້ນພົບເທັກນິກຫາຍໃຈ ຊູດຼາຊັນ ເຄຼຍ

ປັບຄວາມສົມດຸ່ນຂອງຮ່າງກາຍ ແລະ ຈິດໃຈຂອງເຈົ້າ 

ຈັງຫວະຂອງທຳມະຊາດ  

ເຊັ່ນດຽວກັນກັບລະດູການທີ່ມີຈັງຫວະ ແລະ ດວງອາທິດທີ່ເດີນທາງຂອງມັນ, ຮ່າງກາຍ, ຈິດໃຈ ແລະ ອາລົມຂອງພວກເຮົາກໍ່ເຄື່ອນໄຫວໃນຄວາມສອດຄ່ອງກັນ. ເມື່ອມີຄວາມເຄັ່ງຄຽດ ຫຼື ໂຣກໄພໄຂ້ເຈັບເຂົ້າມາລົບກວນໃນຈັງຫວະທຳມະຊາດເຫຼົ່ານີ້, ພວກເຮົາຈະຮູ້ສຶກບໍ່ສະບາຍ ແລະ ບໍ່ມີຄວາມສຸກ. 

ເທັກນິກຫາຍໃຈ ຊູດຼາຊັນ ເຄຼຍ Sudarshan Kriya™ ຊ່ວຍປັບໃຫ້ຮ່າງກາຍ ຈິດໃຈ ແລະ ລົມຫາຍໃຈ ໃຫ້ສອດຄ່ອງກັບຈັງຫວະຂອງທຳມະຊາດ ເປີດເຜີຍແຫຼ່ງພະລັງ ແລະ ສັນຕິພາບພາຍໃນຢ່າງເລິກເຊິ່ງ. 

ຄົນກຸ່ມໜຶ່ງຢືນຢູ່ກາງແຈ້ງດ້ວຍມືທີ່ສະໂພກ ແລະ ປິດຕາ, ສຸມໃສ່ການຫາຍໃຈເປັນຈັງຫວະ.

* ເພື່ອເບິ່ງການອ້າງອີງທາງວິທະຍາສາດຢ່າງຄົບຖ້ວນ, ກົດທີ່ນີ້., click here.