ເບິ່ງການເຕີບໂຕຂອງລູກເຈົ້າຢ່າງງົດງາມ 

ໂປຣແກັມພັດທະນາທັກສະເດັກນ້ອຍ ຊ່ວຍໃຫ້ເດັກນ້ອຍພົບກັບຄວາມທ້າທາຍຂອງຊີວິດດ້ວຍມຸມມອງທີ່ເປັນບວກ

ໂປຣແກັມພັດທະນາທັກສະເດັກນ້ອຍ ຊ່ວຍໃຫ້ເດັກນ້ອຍສາມາດຈັດການກັບອາລົມຂອງຕົນເອງຜ່ານການເຝິກຫາຍໃຈ ໂຢຄະ ສະມາທິ ແລະ ເກມແບບໂຕ້ຕອບ

ໂປຣແກັມໂຢຄະ ແລະ ສະມາທິນີ້ຊ່ວຍໃຫ້ເດັກນ້ອຍມີສ່ວນຮ່ວມໃນກິດຈະກຳສ້າງສັນຫລາຍຂຶ້ນ ແລະ ເພີ່ມປະສິດທິພາບທັງໃນດ້ານການຮຽນ ກິລາ ແລະ ຄວາມສຳພັນກັບຜູ້ອື່ນ

ເທັກນິກທີ່ຮຽນຮູ້ຈາກໂປຣແກັມຊ່ວຍໃຫ້ພວກເຂົາເຕີບໂຕເປັນໂຕຂອງໂຕເອງ ແລະ ໃຊ້ທັກສະເພື່ອເຮັດຄວາມຝັນໃຫ້ເປັນຈິງ

 

ເຄື່ອງຫມາຍເສັ້ນຂອບຮູບໃບຫນ້າທີ່ຍິ້ມສາມໃບຫນ້າເປັນສັນຍາລັກຂອງສັງຄົມ ຫຼື ຄວາມສຸກຮ່ວມກັນ

ໂປຣແກັມພັດທະນາທັກສະເດັກນ້ອຍຊ່ວຍພັດທະນາໃຫ້ເດັກນ້ອຍໃຫ້ພາວະຄວາມເປັນຜູ້ນຳ ແລະ ເຕີບໂຕເປັນຄົນທີ່ສົມດຸນ ແລະ ກ້າວຫນ້າ

ເດັກນ້ອຍສອງຄົນກອດຕົ້ນໄມ້ ສະແດງເຖິງທັກສະຊີວິດຈາກໂປຣແກັມພັດທະນາທັກສະເດັກນ້ອຍ
ເຄື່ອງຫມາຍເສັ້ນຂອບຮູບໃບຫນ້າທີ່ຍິ້ມສາມໃບຫນ້າເປັນສັນຍາລັກຂອງສັງຄົມ ຫຼື ຄວາມສຸກຮ່ວມກັນ

ໂປຣແກັມພັດທະນາທັກສະເດັກນ້ອຍຊ່ວຍພັດທະນາໃຫ້ເດັກນ້ອຍໃຫ້ພາວະຄວາມເປັນຜູ້ນຳ ແລະ ເຕີບໂຕເປັນຄົນທີ່ສົມດຸນ ແລະ ກ້າວຫນ້າ

ເປັນຫຍັງຕ້ອງ ໂປຣແກັມພັດທະນາທັກສະເດັກນ້ອຍ ?

ເນື້ອໃນຫຼັກສູດ

ຫລັກສູດອົງລວມເພື່ອຊີວິດທີ່ສົມດຸນ 

ໂປຣແກັມພັດທະນາທັກສະເດັກນ້ອຍຄືໂປຣແກັມທີ່ຫນ້າສົນໃຈເຊິ່ງຊ່ວຍໃຫ້ເດັກນ້ອຍ ສ້າງຄວາມສຳພັນທີ່ດີກັບຄອບຄົວ ແລະ ຫມູ່ເພື່ອນ,ປະສົບຄວາມສຳເລັດໃນດ້ານການຮຽນ ມີຄວາມຄິດທີ່ສ້າງສັນຫລາຍຂຶ້ນ ແລະ ກຽມພ້ອມກັບຄວາມທ້າທາຍໃນອະນາຄົດ         

Tຫລັກສູດໂຢຄະ ແລະ ສະມາທິສຳລັບເດັກນ້ອຍໃຊ້ແນວທາງແບບອົງລວມ ແລະ ຄອບຄຸມເນື້ອຫາດັ່ງຕໍ່ໄປນີ້ :          

ສຸຂະພາບທາງສັງຄົມ: ໃຊ້ເກມ ແລະ ການສົນທະນາເຊີງໂຕ້ຕອບເພື່ອຊ່ວຍໃຫ້ເດັກນ້ອຍຮຽນຮູ້ຄຸນຄ່າຄວາມເປັນມະນຸດ ເຊັ່ນ : ຄວາມເມດຕາ ຄວາມເຫັນອົກເຫັນໃຈ ແລະ ສ້າງຄວາມຫມັ້ນໃຈໃນໂຕເອງ ແລະ ຜູ້ອື່ນ

ສຸຂະພາບທາງອາລົມ : ສການສົນທະນາກຸ່ມ ແລະ ກິດຈະກຳສາທິດຈະຊ່ວຍເພີ່ມຄວາມຕະຫນັກຮູ້ໃນອາລົມຂອງເດັກນ້ອຍ ເຮັດໃຫ້ເດັກນ້ອຍພ້ອມຈັດການອາລົມເວລາເສຍໃຈ ແລະ ຕ້ານທານແຮງກົດດັນໄດ້ດີ

ສຸຂະພາບທາງກາຍ : ສອນທ່າໂຢຄະສຳລັບເດັກນ້ອຍທີ່ເຮັດຕາມໄດ້ງ່າຍ ຊ່ວຍໃຫ້ຮູ້ສຶກແຂງແຮງ ສົມດຸນ ແລະ ຫມັ້ນຄົງໃນຮ່າງກາຍ

ສຸຂະພາບທາງຈິດ : ເດັກນ້ອຍຈະຮຽນຮູ້ປັນຍາໃນທາງປະຕິບັດເພື່ອຈັດການຄວາມຄິດ ແລະ ອາລົມຂອງຕົນເອງ . ໂປຣແກັມນີ້ຊ່ວຍເພີ່ມສະມາທິ ແລະ ການຈົດຈໍ່ ພ້ອມທັງຊ່ວຍໃຫ້ຮັບມືກັບສະຖານະການືທີ່ຕຶງຄຽດໄດ້ດີຂຶ້ນ

ພວກເຮົາໄດ້ຮັບການສະຫນັບສະຫນູນຈາກຫຼາຍກວ່າ 100 ການສຶກສາວິທະຍາສາດແລະກວມເອົາໃນສິ່ງພິມສື່ມວນຊົນຊັ້ນນໍາ

Background image with a semi transparent swan on the left bottom

ຫຼັກສູດທີ່ຈະມາເຖິງ

ຄຳຖາມທີ່ມັກພົບປະຈຳ

ເທັກນິກທັງຫມົດທີ່ສອນໃນໂປຣແກັມນີ້ເຫມາະສຳລັບເດັກນ້ອຍຫລືບໍ່ ?

ໂປຣແກັມພັດທະນາທັກສະເດັກນ້ອຍ ມາຈາກທ່າທາງໂຢຄະບູຮານ ແລະ ການເຝິກຝົນທີ່ພັດທະນາໂດຍ ທ່ານ ກູຣູເດບ ສຣິ ສຣິ ຣາວີ ຊັງກາ ໂປຣແກັມນີ້ອອກແບບໂດຍຜູ້ຊ່ຽວຊານທີ່ມີປະສົບການຫລາຍປີ ແລະ ຖືກສ້າງຂຶ້ນໃຫ້ເຂົ້າໃຈງ່າຍເຫມາະສຳລັບເດັກນ້ອຍ ໂດຍໃຫ້ຄວາມສຳຄັນກັບຄວາມປອດໄພ ແລະ ຄວາມເປັນຢູ່ທີ່ດີຂອງເດັກນ້ອຍເປັນອັນດັບແລກ ດັງນັ້ນ ເດັກນ້ອຍຈະສາມາດເຝິກຝົນເທັກນິກຕ່າງໆ ທີ່ສອນໃນ ໂປຣແກັມພັດທະນາທັກສະເດັກນ້ອຍ ໄດ້ຢ່າງງ່າຍດາຍແນ່ນອນ

ຂໍ້ກຳນົດໃນການລົງທະບຽນຮຽນໂຢຄະສຳລັບເດັກນ້ອຍມີຫຍັງແດ່ ?

ບໍ່ມີຂໍ້ກຳນົດ ເດັກນ້ອຍທີ່ມີອາຍຸລະຫວ່າງ 8 ເຖິງ 13 ປີ ສາມາດເຂົ້າຮ່ວມ ແລະ ໄດ້ຮັບປະໂຫຍດຈາກທຸງຢ່າງທີ່ ໂປຣແກັມພັດທະນາທັກສະເດັກນ້ອຍມີໃຫ້

ລູກຂອງຂ້ອຍເປັນຄົນເກັບໂຕ ແລະ ອາດຈະບໍ່ເຂົ້າຮ່ວມກິດຈະກຳຂອງໂປຣແກັມນີ້ ຈະຍັງໄດ້ຮັບຜົນປະໂຫຍດຫລືບໍ່ ?

ໄດ້ແນ່ນອນ ! ໂປຣແກັມພັດທະນາທັກສະເດັກນ້ອຍ ຖືກອອກແບບມາເພື່ອຊ່ວຍໃຫ້ເດັກນ້ອຍທີ່ຂີ້ອາຍສາມາດກ້າມຂ້າມຄວາມລັງເລໃຈ ກ້າສະແດງອອກຫລາຍຂຶ້ນ ເມື່ອເວລາຜ່ານໄປ ລູກຂອງເຈົ້າຈະມີຄວາມຫມັ້ນໃຈຫລາຍຂຶ້ນ ແລະ ສາມາດສ້າງມິດຕະພາບໄດ້ດ້ວຍ

ການເຝິກໃຊ້ວລາດົນປານໃດ ?

ໂປຣແກັມພັດທະນາທັກສະເດັກນ້ອຍ ຍັງມອບວິທີການເຝິກຝົນຢູ່ບ້ານໃຫ້ກັບເດັກນ້ອຍດ້ວຍ ໂດຍການເຝິກແຕ່ລະມື້ໃຊ້ເວລາປະມານ 15 - 20 ນາທີ

ເມື່ອຈົບໂປຣແກັມແລ້ວ ຍັງມີຫ້ອງຮຽນຄືນໃຫ້ລູກຂອງຂ້ອຍເຂົ້າຮ່ວມຄືນໄດ້ອີກຫລືບໍ່ ?

ໂດຍມີ ເຮົາຈະຈັດຫ້ອງຮຽນຄືນເພື່ອກະຕຸ້ນໃຫ້ເດັກນ້ອຍ ເຝິກຝົນຢ່າງຕໍ່ເນື່ອງ ແລະ ມີສ່ວນຮ່ວນໃນໄລຍະຍາວ

44 ປີ

ຂອງ​ການ​ບໍ​ລິ​ການ​

180 ປະເທດ

ໃນຫຼາຍກວ່າ 10,000 ເມືອງ

40,000+

ຄູສອນ

1 ຕື້

ປະ​ຊາ​ຊົນ​ບັນ​ລຸ​ໄດ້​

ຜູ້ກໍ່ຕັ້ງສິລະປະຂອງການມີຊີວິດ

ອາຈານໃຫຍ່ ກູຣູເດ ສຣີ ສຣີ ຣາວີ ສັງກາລ

Gurudev ເປັນຜູ້ນໍາທາງວິນຍານ ແລະເປັນເອກອັກຄະລັດຖະທູດແຫ່ງສັນຕິພາບ ໃນພາລະກິດສ້າງສັງຄົມທີ່ປາສະຈາກຄວາມກົດດັນ ແລະຄວາມຮຸນແຮງ. ພະອົງ​ໄດ້​ຮັບ​ການ​ຍົກ​ຍ້ອງ​ໃນ​ທົ່ວ​ໂລກ​ໃນ​ການ​ປະກອບສ່ວນ​ຂອງ​ຕົນ​ຕໍ່​ຄວາມ​ສຸກ​ຂອງ​ມະນຸດ​ແລະ​ສັນຕິພາບ​ຂອງ​ໂລກ.        

ລາວ intuitive the Sudarshan Kriya™, ເຕັກນິກການຫາຍໃຈປະຕິບັດໂດຍປະຊາຊົນຫຼາຍລ້ານຄົນໃນທົ່ວໂລກ. ຜົນກະທົບຂອງມັນຕໍ່ການນອນ, ພູມຄຸ້ມກັນ ແລະສຸຂະພາບໂດຍລວມແມ່ນໄດ້ຮັບການຍົກຍ້ອງຈາກນັກວິທະຍາສາດ ແລະໄດ້ຮັບການພິສູດໂດຍການຄົ້ນຄວ້າຕົວຈິງໃນທົ່ວໂລກ. 

Ambassador of peace and humanitarian leader Gurudev Sri Sri Ravi Shankar

ຊ່ວຍໃຫ້ລູກຂອງທ່ານສາມາດນຳໃຊ້ທ່າແຮງ ແລະ ຄວາມຄິດສ້າງສັນຂອງເຂົາເຈົ້າ.