ຫຼັກສູດສັ້ນ ຮູ້ຈັກລູກ ແລະ ຮູ້ຈັກໄວລຸ້ນ ແມ່ນການຝຶກອົບຮົມສັ້ນໆ ທີ່ນຳໃຊ້ປັນຍາດັ່ງເດີມເພື່ອພັດທະນາການປະຕິສຳພັນກັບເດັກນ້ອຍ ແລະ ໄວລຸ້ນ. ຮຽນຮູ້ວິທີງ່າຍໆ ໃນການເຂົ້າໃຈ ແລະ ຕອບສະໜອງຕໍ່ເດັກນ້ອຍ ໃນຂະນະນັ້ນຍັງຮັກສາການເປັນພໍ່ແມ່ໃຫ້ມີຄວາມໝັ້ນຄົງ ຍຸດຕິທຳ ແລະ ມ່ວນຊື່ນ. ຫຼັກສູດນີ້ຍັງແນະນຳໃຫ້ພໍ່ແມ່ຮູ້ຈັກການຝຶກສະຕິ ເຊັ່ນ ການນັ່ງສະມາທິ ແລະ ເທັກນິກການຫາຍໃຈ. ເມື່ອການປະຕິສຳພັນຂອງພໍ່ແມ່ກັບເດັກນ້ອຍເກີດຂຶ້ນດ້ວຍສະຕິຫຼາຍຂຶ້ນ ມັນຈະຊ່ວຍສ້າງສາຍສຳພັນທີ່ແນ່ນແຟ້ນຂຶ້ນ ແລະ ບັນຍາກາດໃນຄອບຄົວກໍຈະເຕັມໄປດ້ວຍການຄວາມສຸກ ແລະ ຄວາມກົມກຽວ

ຄອບຄົວ​ທີ່​ມີ​ຄວາມ​ສຸກ​ຂອງ​ສາມ​ຄົນ​ທີ່​ມີ​ເວລາ​ທີ່​ມີ​ຄຸນ​ນະພາ​ບ, ເນັ້ນ​ເຖິງ​ຄວາມ​ສຳຄັນ​ຂອງ​ຄວາມ​ຜູກ​ພັນ

ຮູ້ຈັກລູກຂອງທ່ານ 

ສ້າງສາຍສຳພັນທີ່ແນ່ນແຟ້ນຂຶ້ນກັບລູກຂອງທ່ານ

ຫຼັກສູດການເປັນພໍ່ແມ່ແບບມີສ່ວນຮ່ວມນີ້ ຊ່ວຍນຳທາງໃຫ້ພໍ່ແມ່ໃນການລ້ຽງລູກ ໃນໂລກໃນປັດຈຸບັນ. KYC ຊ່ວຍເຊື່ອມຊ່ອງຫວ່າງການສື່ສານລະຫວ່າງພໍ່ແມ່ ແລະ ລູກ ເພື່ອສ້າງສາຍສຳພັນໃນຄອບຄົວໃຫ້ແຂງແຮງຂຶ້ນ. ຫຼັກສູດນີ້ຖືກອອກແບບເພື່ອຍົກລະດັບຄຸນນະພາບຊີວິດຄອບຄົວ ໂດຍແນະນຳເທັກນິກຕ່າງໆ ທີ່ຊ່ວຍໃຫ້ທ່ານຮັບຟັງລູກໄດ້ດີຂຶ້ນ ແລະ ຈັດການກັບສະຖານະການທີ່ທ້າທາຍດ້ວຍຄວາມສະຫງົບ. ທ່ານຈະໄດ້ຮຽນຮູ້ວິທີສ້າງຄວາມໄວ້ໃຈ ແລະ ສົ່ງເສີມຄວາມເປັນອິດສະຫຼະໃຫ້ກັບລູກ ພ້ອມທັງແກ້ໄຂພຶດຕິກຳທີ່ທ້າທາຍຢ່າງສ້າງສັນ 
 

ເປັນຫຍັງຈຶ່ງຕ້ອງຮູ້ຈັກລູກຂອງທ່ານ

  • ສື່ສານໃຫ້ດີຂຶ້ນ: ຮຽນຮູ້ວິທີທີ່ມີປະສິດທິຜົນໃນການຟັງ ແລະ ຕອບສະໜອງຕໍ່ຄວາມຕ້ອງການຂອງລູກ
  • ສ້າງຄວາມໝັ້ນໃຈ: ຊ່ວຍໃຫ້ລູກພັດທະນາມຸມມອງໃນແງ່ດີ ແລະ ຄວາມເຊື່ອໝັ້ນໃນຕົນເອງ
  • ຄວບຄຸມຄວາມຕຸ້ມເຕັ້ນ: ຄົ້ນພົບເທັກນິກເພື່ອຈັດການສະຖານະທີ່ທ້າທາຍດ້ວຍຄວາມອົດທົນ

ຮູ້ຈັກໄວຫນຸ່ມຂອງເຈົ້າໃຫ້ຫລາຍຂຶ້ນ

ຮຽນຮູ້ວິທີນຳພາລູກຂອງທ່ານຜ່ານໄວລຸ້ນໄດ້ຢ່າງມີປະສິດທິຜົນ


ຊ່ວງໄວລຸ້ນອາດເປັນຄວາມທ້າທາຍທັງສໍາລັບພໍ່ແມ່ ແລະ ລູກ. ຫຼັກສູດ ‘ຮູ້ຈັກໄວລຸ້ນ’ ຊ່ວຍໃຫ້ພໍ່ແມ່ມີເຄື່ອງມືທ່ຳອິດທີ່ສົມບູນ ແລະ ຄວາມເຂົ້າໃຈໃນການຈັດການຄວາມທ້າທາຍພິເສດທີ່ເດັກໄວລຸ້ນປະເຊີນໜ້າຢູ່. ຫຼັກສູດນີ້ຈະຊ່ວຍໃຫ້ທ່ານເຊື່ອມໂຍງໄວອາຍຸ ແລະ ສ້າງສາຍສຳພັນທີ່ມີຄວາມໝາຍກັບລູກໄວລຸ້ນຂອງທ່ານ

ຫຼັກສູດ KYT ຜະສົມວິທີການເປັນພໍ່ແມ່ສະໄໝໃຫມ່ ແລະ ປັນຍາອິນເດຍດັ່ງເດີມ ເພື່ອຊ່ວຍໃຫ້ພໍ່ແມ່ເຂົ້າໃຈ ແລະ ເຊື່ອມຊ່ອງວ່າງກັບລູກໄວລຸ້ນໄດ້ດີຂຶ້ນ. ໂປຣແກຣມນີ້ເປັນການປະສົມລວມການຝຶກອົບຮົມ, ການອອກກຳລັງຕາມແນວທາງ ແລະ ເທັກນິກບັນເທົາທຸກ,ບັນເທົາຄວາມຄຽດ, ທີ່ຈະຊ່ວຍໃຫ້ທ່ານສ້າງສະພາບແວດລ້ອມທີ່ເປີດ, ສະໜອງ ແລະ ສົ່ງເສີມຂອງຄອບຄົວ.”   
 

ເປັນຫຍັງຈຶ່ງຕ້ອງຮູ້ຈັກລູກໄວລຸ້ນຂອງທ່ານ

  • ປ້ອນຄຸນຄ່າມະນຸດ: ຮຽນຮູ້ເຄື່ອງມືເພື່ອພັດທະນາເດັກໃຫ້ມີນຳ້ໃຈຜູ້ອື່ນ ແລະ ໃຈດີ
  • ແກ້ໄຂຄວາມຂັດແຍ່ງ: ຝຶກຄວາມຊຳນານໃນເທັກນິກການຈັດການຄວາມບໍ່ເຫັນດີ ແລະ ພຶດຕິກຳຕໍ່ຕ້ານ
  • ແກ້ໄຂຄວາມຂັດແຍ່ງ: ຝຶກຄວາມຊຳນານໃນເທັກນິກການຈັດການຄວາມບໍ່ເຫັນດີ ແລະ ພຶດຕິກຳຕໍ່ຕ້ານ   
     
ເຄື່ອງມືການຮຽນຮູ້ສໍາລັບການເປັນພໍ່ແມ່ໃນໄລຍະໄວລຸ້ນ

ຫຼັກສູດທີ່ຈະມາເຖິງ

ຄຳຖາມທີ່ມັກພົບປະຈຳ

ແມ່ນຫຍັງທີ່ເຮັດໃຫ້ໂປຣແກຣມ ຮູ້ຈັກລູກຂອງທ່ານແຕກຕ່າງຈາກວິທີການອົບຮົມພໍ່ແມ່ແບບອື່ນໆ?

ແຕກຕ່າງຈາກຫຼາຍໆຫຼັກສູດການອົບຮົມພໍ່ແມ່ທົ່ວໄປ ທີ່ເນັ້ນໃສ່ການຈັດການພຶດຕິກຳ, KYC ມີແນວທາງທີ່ຄົບວົງຈອນ ໂດຍເບິ່ງແຍກທັງດ້ານຮ່າງກາຍ, ຈິດໃຈ ແລະ ອາລົມ ຂອງທັງພໍ່ແມ່ ແລະ ລູກ ໂປຣແກຣມນີ້ຍັງປະກອບມີ: ເທັກນິກຜ່ອນຄາຍຄວາມເຄັ່ງຄຽດ,ການຝຶກສະມາທິ,ເຄື່ອງມືການເລີ້ຍງດູທີ່ໃຊ້ໄດ້ຈິງ, ເຊິ່ງສາມາດນຳໄປໃຊ້ໄດ້ທັນທີໃນຄອບຄົວ

ເຮົາເປັນພໍ່ແມ່ທີ່ເຮັດວຽກ ແລະ ມີເວລາຈຳກັດ. ໂປຣແກຣມນີ້ເໝາະກັບເຮົາບໍ?

ໂຄງການນີ້ຖືກອອກແບບໂດຍຄຳນຶງເຖິງພໍ່ແມ່ທີ່ມີຊີວິດທີ່ຫຍຸ້ງໂດຍສະເພາະ ເທັກນິກ ແລະ ເຄື່ອງມືທີ່ຖືກສອນແມ່ນເປັນປະໂຫຍດ ແລະ ສາມາດນຳໄປປະຍຸກໃຊ້ໃນຊີວິດປະຈຳວັນໄດ້ຢ່າງງ່າຍ ນອກຈາກນັ້ນ ໂຄງການຍັງມີເທັກນິກການຈັດການຄວາມຄຽດແບບໄວວາ ທີ່ໃຊ້ເວລາພຽງບໍ່ເທົ່າໃດນາທີ ແຕ່ສາມາດຊ່ວຍປັບປຸງຄວາມສຳພັນລະຫວ່າງພໍ່ແມ່ ແລະ ລູກໃຫ້ດີຂຶ້ນໄດ້ຢ່າງຊັດເຈນ

ຂ້ອຍຈຳເປັນຕ້ອງເຂົ້າຮ່ວມໂປຣແກຣມກັບລູກໄວລຸ້ນຂອງຂ້ອຍບໍ?

ບໍ່, ໂປຣແກຣມນີ້ມີສຳລັບພໍ່ແມ່ເທົ່ານັ້ນ

ໂປຣແກຣມນີ້ສາມາດຊ່ວຍແກ້ໄຂບັນຫາແນວໃດໄດ້ບໍ?

ໂປຣແກຣມນີ້ປະກອບມີການເຂົ້າໃຈບັນຫາທົ່ວໄປ ເຊັ່ນ ນິໄສການກິນອາຫານ, ພຶດຕິກຳ, ການເລືອກອາຊີບ, ການຖືກກົດດັນຈາກໝູ່, ຊ່ອງຫວ່າງໃນການສື່ສານ, ແລະ ການໃຊ້ເວລາກັບໜ້າຈໍຫຼາຍເກີນໄປ ການອົບຮົມເປັນຮູບແບບກິດຈະກຳແບບມີການມີສ່ວນຮ່ວມ ຊ່ວຍໃຫ້ທ່ານເຂົ້າໃຈເຖິງສາເຫດຂອງບັນຫາເຫຼົ່ານີ້ ແລະ ຮູ້ວິທີແກ້ໄຂຢ່າງມີປະສິດທິຜົນ

ໂປຣແກຣມນີ້ຊ່ວຍໃນດ້ານສຸຂະພາບຈິດ ແລະ ຄວາມທ້າທາຍດ້ານການຮຽນແນວໃດ?

ໂປຣແກຣມ ນີ້ຈະຊ່ວຍໃຫ້ທ່ານຮັບຮູ້ສັນຍານຂອງຄວາມເຄັ່ງຄຽດ, ຄວາມກັງວົນ ແລະ ບັນຫາສຸຂະພາບຈິດອື່ນໆ ໃນໄວລຸ້ນ ໃນການອົບຮົມຍັງມີເທັກນິກສະເພາະທີ່ຊ່ວຍໃຫ້ໄວລຸ້ນຮັບມືກັບແຮງກົດດັນທາງການຮຽນ ເຊັ່ນ ການຝຶກຫາຍໃຈ, ການນັ່ງສະມາທິ ແລະ ເຄື່ອງມືຈັດການຄວາມເຄັ່ງຄຽດ ນອກຈາກນັ້ນ ທ່ານຍັງຈະໄດ້ຮຽນຮູ້ວິທີສ້າງສະພາບແວດລ້ອມທີ່ສະໜັບສະໜູນ ເພື່ອຊ່ວຍໃຫ້ລູກມີສົມດຸນລະຫວ່າງຜົນການຮຽນ ແລະ ສຸຂະພາບທີ່ດີໂດຍລວມ